ມະຫາວິທະຍາໄລບັດຄວາ – HCMUT – Bach khoa, ໄດ້ຮັບການສ້າງຕັີ້ງຂ ີ້ນໃນປີ 1957, ເປັນມະຫາວິທະຍາ ໄລຂອງແຫ່ງຊາດ ແລະ ມີເນື້ອທີ່ກວ້າງຂວາງພໍສົມຄວນ, ມີທັງໝົດ 11 ຄະນະວິຊາໃຫຍ່ ທີື່ສະໜອງໃຫ້ແກ່ລະດັບປະລິນຍາເອກ, ປະລິນຍາໂທ, ແລະປະລິນຍາຕີ ໃນນັີ້ນຍັງມີອີກຫຼາກຫຼາຍຂະແໜງຍ່ອຍເຊັັ່ນ: ວິສະວະກຳນຳ້ມັນ, ວິສະວະກຳເຄມີ, ບໍລິຫານອຸດສາຫະກຳ, ບໍລິຫານທຸລະກິດ, IT, ວິສະວະກຳຄອມພິວເຕີ, ວິທະຍາສາດຄອມພິວເຕີ, ວິສະວະກຳໄຟຟ້າ ແລະເອເລັກໂຕນິກ ແລະອື່ນໆ.

HCMUT – Bach khoa ໄດ້ຖືກຮັບຮອງເປັນເຖິງຂັີ້ນຜູ້ນຳາທາງດ້ານວິຊາການ, ການຄົີ້ນຄວ້າວິທະຍາສາດ ແລະ ວິທະຍາການ, ເປັນສູນກາງ ການຖ່າຍທອດ ເຕັກໂນໂລຊີທີື່ດີທີື່ສຸດໃນປະເທດຫວຽດນາມ. ນອກນັີ້ນ HCMUT – Bach khoa ຍັງເປັນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມທີື່ໄດ້ຮັບການຮັບຮອງຈາກອົງກອນ ABET (Accreditation Board for Engineering and Technology Certification, USA) ໃນ 2 ຄະນະວິຊາເຊັັ່ນ ວິສະວະກຳຄອມພິວເຕີ ແລະ ວິທະຍາສາດຄອມພິວເຕີ ແລະ AUN – QA (Quality Assurance In ASEAN University Network Certification) ໃນ 9 ຄະນະວິຊາເຊັັ່ນ: ວິສະວະກໍາໂທລະຄົມມະນາຄົມ, ວິສະວະກຳກົນຈັກ, ວິສະວະກຳເຄມີ, ວິສະວະກຳໂຍທາ, ວິສະວະກໍາຂະບວນການຜະລິດ, ບໍລິຫານທຸລະກິດ, ວິສະວະກໍາລະບົບອຸດສາຫະກໍາ, ວິສະວະກໍາການຄວບຄຸມເທັກໂນໂລຊີຍານຍົນ ແລະ ວິສະວະກຳໄຟຟ້າ ແລະ ເອເລັກໂຕຣນິກ.

ກັບສະພາບແວດລ້ອມທີ່ເອື້ອອຳນວຍ ແລະການສິດສອນທີ່ຊຳນິຊຳນານ, ມະຫາວິທະຍາໄລບັດຄວາ ໄດ້ສືບຕໍ່ພັດທະນາ ແລະກ້າວໜ້າຂຶ້ນເປັນກ້າວໆ, ຢືນຢັນໂດຍບົດບາດຂອງມະຫາວິທະຍາໄລ ທີ່ເປັນຊັ້ນນຳຂອງການຝຶກອົບຮົມ ແລະການຄົ້ນຄ້ວາວິທະຍາສາດ ໃນພາກໃຕ້ຫວຽດນາມກໍ່ຄືທົ່ວປະເທດ. ໂຄງສ້ານການກໍ່ສ້າງ, ການພັດທະນາ ແລະການປ້ອງກັນຊາດ ສົມຄວນແລ້ວທີ່ມະຫາວິທະຍາໄລ ແຫ່ງນີ້ ເປັນສະມາຊິກທີ່ສຳຄັນ ແລະເປັນໜ້າຕາຂອງມະຫາວິທະຍາໄລແຫ່ງຊາດຫວຽດນາມ.

HCMUT – Bach khoa ກຳລັງຮ່ວມມືກັບບັນດາມະຫາວິທະຍາໄລທີ່ມີຊື່ສຽງໃນທົ່ວໂລກ ເຊັ່ນ The University of Queensland (Australia), The University of Adelaide (Australia), University of Technology Sydney (Australia), Macquarie University (Australia), Griffith University (Australia), University of Illinois at Urbana Champaign (USA), University of Illinois at Springfield (USA), Catholic University of America (USA), Rutgers University (USA), Nagaoka University of Technology (Japan), Kanazawa University (Japan), ແລະອື່ນໆ. ດັ່ງນັ້ນ, ນັກຮຽນມີໂອກາດທີ່ຈະໂອນໄປເປັນນັກສຶກສາຂອງບັນດາມະຫາວິທະຍາໄລທີ່ພວກເຮົາຮ່ວມມື ເພື່ອຮັບໃບປະກາດສະນີຍະບັດລະດັບປະລິນຍາຕີ ທີ່ອອກໂດຍມະຫາວິທະຍາໄລດັ່ງກ່າວ.

ປຶ້ມບັນທຶກ ລະດັບປະລິນຍາຕີ ຫຼັກສູດນານາຊາດ ປີ 2017

Get in touch with us

Leave your question or concern through the following channels, we will contact with you the soonest possible.